ພຶດສະພາ 22, 2024, 03:29:49 AMສະມາຊິກຄົນຫຼ້າສຸດ: CarlosFSanders

ສະແດງຂໍ້ຄວາມ

ໃນບ່ອນນີ້ ທ່ານສາມາດເບິ່ງລາຍການຂໍ້ຄວາມທັງໝົດ ທີ່ຂຽນໂດຍສະມາຊິກຄົນນີ້ໄດ້ ແຕ່ຈະເຫັນສະເພາະໃນໝວດທີ່ທ່ານໄດ້ຮັບອະນຸຍາດເທົ່ານັ້ນ.


ຂໍ້ຄວາມ - au8ust

ໜ້າ: [1]
1
ຫຼັງຈາກທີ່ຂຽນຕອນກ່ອນໜ້ານີ້ໄປດົນນນນນນ ໃນ http://tamsang.com/index.php?topic=6.0 ມື້ນີ້ກໍກັບມາຂຽນຕອນຕໍ່ໄປ (ແຕ່ອາດຈະບໍ່ຕໍ່ເນື່ອງປານໃດ) ..

ຫົວຂໍ້ທີ່ຈະນຳສະເໜີໃນມື້ນີ້ແມ່ນເລື່ອງປະເພດຂອງເລນ (Lens) ໂດຍຈະເນັ້ນໄປທີ່ເລນທີ່ອອກແບບມາສຳລັບກ້ອງ dSLR ແລະ SLR ກັນ.



ຈຸດເດັ່ນຢ່າງນຶ່ງຂອງກ້ອງ dSLR ເມື່ອປຽບກັບກ້ອງ Compact ທົ່ວໄປກໍຄື ການທີ່ສາມາດປ່ຽນເລນທີ່ໃຊ້ກັບກ້ອງໄດ້ ຜູ່ໃຊ້ສາມາດເລືອກໃຊ້ເລນຕາມຄວາມເໝາະສົມຂອງຕົວແບບທີ່ຈະຖ່າຍ ເຊັ່ນ ຫາກເປັນງານປະເພດຖ່າຍບຸກຄົນ ກໍອາດເລືອກເລນໄລຍະ prime (ຫຼືເລນ fixed ເຊິ່ງເປັນເລນທີ່ບໍ່ສາມາດປັບປ່ຽນໄລຍະຂອງເລນໄດ້) 50mm ຫຼື 85mm ຫຼື 135mm ເພື່ອໃຫ້ແຍກພື້ນຫຼັງອອກຈາກຕົວແບບໄດ້ດີຂຶ້ນ ໃນຂະນະທີ່ການຖ່າຍພາບຝູງຊົນຈຳນວນຫຼາຍນັ້ນ ອາດເລືອກໃຊ້ເລນທີ່ມີຄວາມກວ້າງຫຼາຍໆ ເຊັ່ນເລນ 28mm ເປັນຕົ້ນ.


ປະເພດຂອງເລນ
ໂດຍທົ່ວໄປແລ້ວ ເລນທີ່ໃຊ້ກັບກ້ອງ dSLR ຈະມີຢູ່ 2 ປະເພດຄື Prime lens ແລະ Zoom lens:

Prime lens
Prime lens ຫຼືເອີ້ນອີກຢ່າງນຶ່ງວ່າ Fixed lens ເປັນເລນດັ້ງເດີມທີ່ມີມາກ່ອນ ເລນປະເພດນີ້ຈະບໍ່ສາມາດປັບປ່ຽນທາງຍາວໂຟກັສ (focal length) ໄດ້ ມັນຈະມີໄລຍະຢູ່ຕາຍໂຕ (ເປັນເຫດໃຫ້ບາງຄັ້ງຈຶ່ງເອີ້ນວ່າ Fixed lens) ເຊັ່ນເລນ 50mm ກໍຈະຖ່າຍໄດ້ແຕ່ໄລຍະ 50mm ບໍ່ສາມາດປັບປ່ຽນເປັນໄລຍະອື່ນໄດ້. ຂໍ້ດີຂອງເລນປະເພດນີ້ຄື ມີຮູຮັບແສງທີ່ກວ້າງຫຼາຍ ເລນບາງເລນອາດຈະມີຮູຮັບແສງກວ້າງລະດັບ f/0.95 ເລີຍກໍເປັນໄດ້ ແຕ່ຢ່າງໃດກໍຕາມ ເລນທີ່ມີຮູຮັບແສງກວ້າງຫຼາຍໆ ນັ້ນ ຈະມີລາຄາແພງຂຶ້ນຫຼາຍເທົ່າ.

Prime lens ປົກກະຕິຈະມີຄວາມຄົມຊັດ ແລະມີຄຸນນະພາບຂອງແກ້ວທີ່ດີກວ່າ Zoom lens ເພາະມັນຖືກອອກແບບມາໃຫ້ເຮັດວຽກໄດ້ດີທີ່ສຸດ ແສງຜ່ານເຂົ້າໄປໃນຊັ້ນແກ້ວໄດ້ດີທີ່ສຸດໃນໄລຍະໃດນຶ່ງທີ່ຖືກອອກແບບມາ. ນອກຈາກນັ້ນ Prime lens ຍັງມີຂະໜາດທີ່ເບົາກວ່າ ແລະນ້ອຍກວ່າ zoom lens ອີກນຳ.


ທາງຊ້າຍ ເລນ Nikon AI 28mm f/2.8, ທາງຂວາ Nikon AF 35-135mm f/3.5 - 4.5

ຂໍ້ດີຂອງ Prime lens ກໍຄື ມີຂະໜາດເບົາ, ລາຄາຖືກ ແລະມີຮູຮັບແສງທີ່ກວ້າງຫຼາຍ ຊ່ວຍໃຫ້ສາມາດຖ່າຍພາບໃນສະຖານທີ່ແສງໜ້ອຍໄດ້ດີ ແຕ່ກໍມີຂໍ້ເສຍບ່ອນວ່າ ບໍ່ສາມາດປັບປ່ຽນທາງຍາງໂຟກັສໄດ້, ພາສາຊາວບ້ານເພິ່ນວ່າ “ຊູມບໍ່ໄດ້” ແຕ່ຜູ່ຂຽນຄຶດວ່າຊູມໄດ້ ໂດຍໃຊ້ຂາຊູມເອົານັ້ນເອງ.

Zoom lens

ເລນປະເພດຊູມນີ້ ເປັນເລນທີ່ສາມາດປັບປ່ຽນທາງຍາວໂຟກັສໄດ້ ເຊັ່ນເລນ Nikon AF 35-135mm f/3.5 - 4.5 ນັ້ນ ກໍໝາຍຄວາມວ່າ ເລນໂຕນີ້ສາມາດປັບທາງໂຟກັສໄດ້ຕັ້ງແຕ່ 35mm ໄປຈົນເຖິງ 135mm ແລະມີຮູຮັບແສງກວ້າງສຸດເຖິງ f/3.5 ແລະແຄບສຸດ (ເມື່ອເວລາໃຊ້ທາງຍາວສູງສຸດທີ່ 135mm) ທີ່ f/4.5.


ດ້ານຊ້າຍມືແມ່ນເລນ Nikon AF 35-135mm f/3.5 - 4.5 ແລະຂວາມືແມ່ນເລນດຽວກັນເມື່ອປັບທາງຍາວໂຟກັສໄປທີ່ 135mm

ເລນຊູມທີ່ມີລາຄາແພງໆ ຈະມີຮູຮັບແສງທີ່ຕາຍໂຕ ບໍ່ປ່ຽນແປງ ເຊັ່ນ Nikon AF-S 70-200mm f/2.8G ສາມາດປັບທາງຍາວໂຟກັສໄດ້ຕັ້ງແຕ່ 70mm ແລະສູງສຸດທີ່ 200mm ໂດຍທີ່ຄ່າ aperture ຫຼືຮູຮັບແສງນັ້ນ ຄົງທີ່ຢູ່ f/2.8 ບໍ່ປ່ຽນແປງ (ແຕ່ປ່ຽນໄດ້ ຫາກຕ້ອງການ). ເລນທີ່ມີຮູຮັບແສງຄົງທີ່ນີ້ ຈະມີລາຄາແພງກວ່າເລນທີ່ມີຮູຮັບແສງບໍ່ຄົງທີ່ ແລະມີຂະໜາດທີ່ໃຫຍ່ກວ່າ ພ້ອມທັງໜັກກວ່າຫຼາຍ.

ຜູ່ໃຊ້ທົ່ວໄປມັກຈະຄຸ້ນເຄີຍກັບເລນປະເພດນີ້ຫຼາຍທີ່ສຸດ ເພາະມັນມີຄວາມສະດວກວ່ອງໄວໃນການປັບປ່ຽນທາງຍາວໂຟກັສ ໂດຍທີ່ບໍ່ຕ້ອງປ່ຽນເລນ ຊ່ວຍໃຫ້ໄດ້ພາບງ່າຍຂຶ້ນ ແລະໄວຂຶ້ນ. ອີກທັງເລນປະເພດນີ້ມັກຈະຖືກຂາຍໄປນຳ Kit ຂອງກ້ອງລຸ້ນຕ່າງໆ ເຊັ່ນ Nikon D90 Kit ກໍຈະມີໂຕກ້ອງ D90 ເອງແລະມີເລນ Nikon AF-S DX 18-105mm f/3.5-5.6 ມານຳ (ໃນລາຄາທີ່ຖືກກວ່າຊື້ແຍກກັນເລັກນ້ອຍ).

ຂໍ້ເສຍຂອງ Zoom lens ກໍຄື ມີຂະໜາດໃຫຍ່, ນ້ຳໜັກຫຼາຍ ແລະມີຮູຮັບແສງທີ່ແຄບ ແຕ່ກໍແລະມາກັບຄວາມສະດວກດັ່ງທີ່ກ່າວໄປແລ້ວຂ້າງເທິງ.

ທາງຍາວໂຟກັສ ແລະມຸມມອງຂອງພາບ
Focal length ຫຼືທາງຍາງໂຟກັສນັ້ນ ໃນກະທູ້ນີ້ຈະບໍ່ຂຽນດ້ານເທັກນິກ ຖ້າຢາກອ່ານແບບວິຊາການ ກະລຸນາອ່ານໃນ http://en.wikipedia.org/wiki/Focal_length ແລະ http://en.wikipedia.org/wiki/Angle_of_view ເພາະຄົນຂຽນ ອ່ອນວິຊາການ  ::)

ທາງຍາວໂຟກັສ ແລະມຸມມອງຂອງພາບ (Angle of view) ມີຜົນເຊື່ອມໂຍງກັນ ໃນເບື້ອງຕົ້ນ ເຮົາຈະມີເວົ້າກັນເລື່ອງຂອງທາງຍາວໂຟກັສກັນກ່ອນ ໃນການຖ່າຍພາບນັ້ນ ເພິ່ນແບ່ງໄລຍະຂອງທາງຍາວໂຟກັສອອກເປັນ 3 ປະເພດໃຫຍ່ໆ ກໍມີ:

  • Wide angle
  • Normal
  • Telephoto


Wide Angle
ເລນ Wide angle ນັ້ນ ເປັນໄລນທີ່ມີທາງຍາວໂຟກັສຕ່ຳໆ ເຊັ່ນ 24mm ໄປຈົນ 35mm ແຕ່ກໍມີເລນທີ່ມີທາງຍາວໂຟກັສຕ່ຳກວ່ານັ້ນອີກ ເຊັ່ນ 14mm ເປັນຕົ້ນ. ທາງຍາວໂຟກັສທີ່ຕ່ຳແບບນີ້ ມີຜົນໃຫ້ມຸມມອງຂອງພາບ ຫຼື Angle of view ນັ້ນປ່ຽນໄປ ກ່າວຄື ມັນຈະໃຫ້ມຸມມອງພາບທີ່ກວ້າງຫຼາຍ ນັບເປັນອົງສາແມ່ນ 60 ຫາ 180 ອົງສາ ຫຼືຫຼາຍກວ່ານັ້ນເລັກນ້ອຍ.


ຮູບນີ້ຖ່າຍດ້ວຍເລນ Tamron 10-24mm ໂດຍໃຊ້ທາງຍາວໂຟກັສທີ່ 10mm (ທຽບເທົ່າ 15mm ໃນກ້ອງ DX-format) ຈະເຫັນວ່າໄດ້ມຸມມອງຂອງພາບທີ່ກວ້າງຫຼາຍ ໂດຍທີ່ບ່ອນວາງປື້ມນັ້ນ ຫ່າງອອກໄປພຽງ 1.5 ແມັດ.

ເລນ Wide angle ມັກຈະນິຍົມໃຊ້ຖ່າຍພາບສະຖາປັດຕະຍະກຳ, ບ້ານເຮືອນ, ຜູ່ຄົນຈຳນວນຫຼາຍ, ແລະພາບວິວຕ່າງໆ ເພາະໃຫ້ຄວາມກວ້າງຂອງພາບຫລາຍເປັນພິເສດ.


Normal
ເລນ Normal ເປັນເລນໄລຍະປົກກະຕິທີ່ຕາຄົນເຮົາເບິ່ງເຫັນໄດ້ ໂດຍທົ່ວໄປໝາຍເຖິງເລນທີ່ມີທາງຍາວໂຟກັສໃນຊ່ວງ 50mm ມີອົງສາການຮັບພາບຊ່ວງ 53 ອົງສາ.


ໃນຈຸດດຽວກັບຮູບດ້ານເທິງ ແຕ່ຖ່າຍໂດຍໃຊ້ເລນ Nikon AF 50mm (ທຽບເທົ່າ 75mm ໃນກ້ອງ DX-format) ຈະເຫັນວ່າ ມຸມມອງຂອງພາບນັ້ນ ແຄບລົງຫຼາຍເມື່ອທຽບກັບເລນ Wide angle.

Telephoto
ມາຮອດເລນ Telephoto ເລນປະເພດນີ້ຈະມີອົງສາການຮັບແພງທີ່ແຄບຫຼາຍ ໃນໄລຍະທາງຍາວໂຟກັສ 135mm ນັ້ນ ຈະອົງສາການຮັບພາບພຽງ 18.2 ອົງສາເທົ່ານັ້ນ.


ຈຸດດຽວກັບທີ່ຖ່າຍສອງຮູບເທິງ ແຕ່ປ່ຽນໄປໃຊ້ເລນ Nikon AI 135mm (ທຽບເທົ່າ 202.5mm ໃນກ້ອງ DX-format) ຈະເຫັນວ່າ ພາບໄດ້ນັ້ນເຫຼືອພຽງສ່ວນນ້ອຍໆ ຂອງປື້ມເທົ່ານັ້ນ (ແຕ່ມີຂະໜາດໃຫຍ່).

ເລນ Telephoto ມັກນິຍົມໃຊ້ຖ່າຍຮູບບຸກຄົນ ໂດຍສະເພາະໃນໄລຍະ 85mm ຫຼື 135mm. ການໃຊ້ເລນທີ່ມີທາງຍາວໂຟກັສສູງໆ ເຊັ່ນ 600mm ກໍຈະມີໃນກຸ່ມນັກຖ່າຍຮູບນົກເປັນຕົ້ນ ເພາະໄລຍະຫ່າງລະຫວ່າງກ້ອງແລະຕົວແບບຢູ່ໄກກັນຫຼາຍ.



ຄວາມແຕກຕ່າງລະຫວ່າງເລນໄລຍະຕ່າງໆ ຕັ້ງແຕ່ 10mm, 50mm ແລະ 135mm (ທຽບເທົ່າ 15mm, 75mm ແລະ 202.5mm ໃນກ້ອງ DX-format) ຕາມລຳດັບຊ້າຍຫາຂວາ.


Lens mount
ຕອນຕົ້ນຂອງກະທູ້ນີ້ໄດ້ກ່າວໄປແລ້ວວ່າ ກ້ອງ dSLR ສາມາດປ່ຽນເລນໄດ້ ເຊິ່ງໃນຫົວຂໍ້ນີ້ຈະມາລົງລາຍລະອຽດໃນຈຸດນີ້ກັນ. ເລນທີ່ສາມາດໃຊ້ໄດ້ກັບກ້ອງແຕ່ລະຍີ່ຫໍ້ນັ້ນ ຈະຕ້ອງຂຶ້ນກັບ mount ຂອງມັນ.


ເລນທາງເທິງແມ່ນ Canon EF-S mount ສ່ວນທາງລຸ່ມແມ່ນ Nikon F-Mount.


ຜູ່ຜະລິດກ້ອງແຕ່ລະບໍລິສັດຈະມີ Mount ຂອງເລນເປັນຂອງຕົນເອງ ແຕກຕ່າງກັນໄປໃນແຕ່ລະຍີ່ຫໍ້.
  • Nikon ໃຊ້ lens mount ແບບດຽວຄື F-Mount.
  • Canon ໃຊ້ FD, EF ແລະ EF-S ຮຽງຕາມລຳດັບ.
  • Olympus ແລະ Kodak ພັດທະນາລະບົບ Four Thirds System.
  • Pentax ໃຊ້ K-Mount
ນອກຈາກລາຍຊື່ດ້ານເທິງແລ້ວກໍຍັງມີລະບົບ lens mount ອີກຫຼາຍໆ ແບບທີ່ບໍ່ໄດ້ກ່າວເຖິງເຊັ່ນ M42 ເປັນຕົ້ນ.

ເຈົ້າຂອງບໍລິສັດກ້ອງຕ່າງໆ ຈະຜະລິດເລນມາຮອງຮັບກ້ອງຂອງຕົນເປັນຫຼັກ ຍົກເວັ້ນບໍລິສັດຜູ່ຜະລິດເລນໂດຍສະເພາະເຊັ່ນ Tamron, Sigma, Zeiss, Tokina, ແລະອື່ນໆ ທີ່ຜະລິດເລນຮອງຮັບກ້ອງຫຼາຍໆ ຍີ່ຫໍ້ ເລນພວກນີ້ນິຍົມເອີ້ນກັນວ່າ “ເລນນອກຄ້າຍ” ສ່ວນເລນຂອງເຈົ້າຂອງບໍລິສັດກ້ອງຜະລິດເອງນັ້ນ ເອີ້ນວ່າ “ເລນຄ້າຍ”. ດ້ານລາຄານັ້ນ ເລນນອກຄ້າຍຈະມີລາຄາທີ່ຖືກກວ່າໂດຍສ່ວນຫຼາຍ ແຕ່ມີຄຸນນະພາບໃກ້ຄຽງກັບເລນຄ້າຍ ແລະ/ຫຼື ອາດຈະເໜືອກວ່າໃນບາງເລນ.

ການໃຊ້ເລນຂ້າມຄ້າຍນັ້ນ ເປັນເລື່ອງທີ່ສາມາດເຮັດໄດ້ໂດຍໃຊ້ອຸປະກອນຊ່ວຍ ເຊັ່ນທ່ານອາດຈະໃຊ້ເລນ EF ຂອງ Canon ໃນກ້ອງ Nikon ໂດຍການໃຊ້ adapter ແປງ mount ສຳລັບໃສ່ເລນໄດ້ ແຕ່ຄວາມສາມາດບາງຢ່າງຈະຫາຍໄປ ເປັນຕົ້ນວ່າ ລະບົບ Auto-focus ຫຼືລະບົບວັດແສງ.


ສຳລັບຕອນນີ້ກໍຈົບເທົ່ານີ້ດີກວ່າ ແຮງຂຽນແຮງສັບສົນ  ??? ຮະຮາ.. ກະທູ້ໜ້າຈະເວົ້າກ່ຽວກັບເລື່ອງ crop-factor ເຊິ່ງຈະເປັນແນວໃດກໍຖ້າອ່ານກັນຕໍ່ໄປ - -'

2
ໃນພາວະແສງໜ້ອຍ ອາດຈະໃຊ້ເທັກນິກຢ່າງໃດຢ່າງນຶ່ງດັ່ງລຸ່ມນີ້ ຫຼືຫຼາຍຢ່າງປະກອບກັນ:

  • ເປີດໜ້າກ້ອງໃຫ້ດົນຂຶ້ນ ນັ້ນຄືການປັບຄ່າ Shutter ໃຫ້ຮັບແສງດົນຂຶ້ນ ຈະເຮັດໃຫ້ໄດ້ພາບທີ່ມີຄວາມສະຫວ່າງຫຼາຍຂຶ້ນ ແຕ່ຂໍ້ດ້ອຍກໍຄື ກ້ອງ ຫຼືວັດຖຸທີ່ຈະຖ່າຍຈະຕ້ອງບໍ່ສັ່ນໄຫວ ບໍ່ດັ່ງນັ້ນກໍຈະໄດ້ພາບທີ່ສັ່ນມົວ (ຍົກເວັ້ນຕ້ອງການຈະໃຫ້ເປັນແບບນັ້ນ)
  • ເພີ່ມ ISO ໂດຍປົກກະຕິແລ້ວ ກ້ອງ dSLR ຈະສາມາດປັບແຕ່ງ ISO ໄດ້ຫຼາກຫຼາຍ ອາດຈະເລີ່ມຕົ້ນຕັ້ງແຕ່ ISO 100 ໄປຈົນຮອດ ISO 3200 ຫຼືໃນກ້ອງລາຄາຢຽບສອງແສນບາດ ກໍຈະສາມາດປັບໄປໄດ້ສູງເຖິງ ISO 102400. ການປັບຄ່າ ISO ນີ້ຈະເຮັດໃຫ້ສາມາດຖ່າຍພາບໃນທີ່ມືດໄດ້ດີຂຶ້ນ ແຕ່ຕ້ອງແລກມາດ້ວຍ Noise ຫຼືເມັດສີຂອງສັນຍານລົບກວນແຖມມານຳ. ການ retouch ໃນພາຍຫຼັງບາງຄັ້ງກໍຊ່ວຍບັນເທົາ Noise ລົງໄປໄດ້.
  • ເພີ່ມແສງ ປະຕິເສດບໍ່ໄດ້ວ່າ ການເພີ່ມແສງລົງໄປໃນສາກ ຈະຊ່ວຍໃຫ້ຜົນງານອອກມາດີຂຶ້ນ. ການຈັດແສງເປັນສິ່ງທີ່ຂາດເວັ້ນບໍ່ໄດ້ເລີຍສຳລັບການຖ່າຍພາບ ຫຼືແມ່ນແຕ່ວິດີໂອກໍຕາມ. ເຮົາອາດເລືອກເພີ່ມແຫຼ່ງກຳເນີນແສງຂຶ້ນມາ ເພື່ອໃຫ້ມີແສງພຽງພໍໂດຍບໍ່ຈຳເປັນຕ້ອງເພີ່ມ ISO ຫຼືເພີ່ມເວລາຂອງ shutter ໃນການຮັບແສງ.

3
ມື້ນີ້ມາຮຽນຫລັກການຖ່າຍຮູບພາບເບື້ອງຕົ້ນກັນ ເຊິ່ງກໍຕ້ອງຂໍບອກກ່ອນວ່າ ຂຽນແບບມືໃໝ່ເນາະ ບໍ່ເປັນວິຊາການຫຍັງ ເນື່ອງຈາກເປັນມືສະໝັກຫຼິ້ນຄືກັນ ຮະ..

ຄວາມພິເສດຢ່າງນຶ່ງຂອງກ້ອງ dSLR (ຫຼື SLR) ກໍຄື ສາມາດປ່ຽນເລນ (lens) ໄດ້ ແລະເລນຕ່າງໆ ນັ້ນກໍມີຫຼາຍແບບໃຫ້ເລືອກ ບໍ່ວ່າຈະເປັນເລນທີ່ມີທາງຍາວໂຟກັສສັ້ນ ຫຼືຍາວ ຫຼືທຳມະດາ ຫຼືເອີ້ນກັນເປັນໄລຍະຂອງເລນວ່າ wide, normal, ແລະ telephoto.

ນອກຈາກເລື່ອງທາງຍາວໂຟກັສ (ເຊິ່ງຈະໄດ້ຂຽນໃນໂອກາດຖັດໆ ໄປ) ແລ້ວ ກໍມີເລື່ອງຂອງຮູຮັບແສງທີ່ຈະກ່າວໃນບົດນີ້. ຮູຮັບແສງ ຫຼື “Aperture” ໂດຍມີໜ້າທີ່ເປັນທາງຜ່ານຂອງແສງກ່ອນຈະໄປຕົກລົງສູ່ sensor ຮັບພາບໃນກ້ອງ.

ໂດຍທົ່ວໄປແລ້ວ ເລນຂອງກ້ອງຈະສາມາດປັບຮູຮັບແສງໄດ້ຫຼາຍລະດັບ ເຊິ່ງນັບເປັນ stop ມີຫຼາຍໆ stop ທີ່ສາມາດປັບໄດ້ ດັ່ງເຊັ່ນໃນຮູບດ້ານລຸ່ມ:



ຮູບຂອງເລນ Nikon 50mm AFD ຈະເຫັນວ່າ ໂຕເລກ f/stop ມີຫຼາຍລະດັບ ນັບຕັ້ງແຕ່ນ້ອຍທີ່ສຸດຄື 1.4 ໄປຈົນຮອດໃຫຍ່ທີ່ສຸດແມ່ນ 16. ໂຕເລກທີ່ນ້ອຍທີ່ສຸດ ເປັນການເປີດຮູຮັບແສງໃຫ້ກວ້າງທີ່ສຸດ ແລະໂຕເລກທີ່ໃຫຍ່ທີ່ສຸດ ຄືການເປີດຮູຮັບແສງໃຫ້ນ້ອຍທີ່ສຸດ.

ການປັບຮູຮັບແສງ ສຳລັບເລນສະໄໝເກົ່າທີ່ອອກແບບມາສຳລັບກ້ອງ SLR ຫຼືກ້ອງຟີມນັ້ນ ຈະສາມາດປັບໄດ້ເລີຍທີ່ເລນ ເຊິ່ງມີລັກສະນະເປັນແຫວນໃຫ້ໝຸນເອົາໄດ້ ແຕ່ໃນເລນລຸ້ນໃໝ່ໆ ທີ່ອອກແບບກ້ອງ dSLR ນັ້ນ ມັກຈະຕັດເອົາວົງແຫວນປັບຮູຮັບແສງນີ້ອອກໄປ ເຊິ່ງກໍໄດ້ແກ່ເລນໃນ G series ຂອງ Nikon ແລະໃນ EF ຮວມເຖິງ EF-S ຂອງ Canon ນຳ. ເລນແບບຫຼັງນີ້ທີ່ບໍ່ມີວົງແຫວນສຳລັບປັບຮູຮັບແສງ ຈຳເປັນຈະຕ້ອງປັບເອົາໃນກ້ອງແທນ.


Depth of Field

ຮູຮັບແສງ ມີຜົນຕໍ່ໄລຍະຊັດ ຫຼື “Depth of Field” ຂອງພາບ ດັ່ງໂຕຢ່າງດ້ານລຸ່ມ ເຊິ່ງເປັນການຈັດສາກຖ່າຍໝາກໄມ້ຕາມພາບ:




ໝາກກ້ຽງໜ່ວຍທຳອິດຫ່າງຈາກໜ່ວຍອື່ນປະມານ 6.35 cm ເຮົາລອງມາໃຊ້ຮູຮັບແສງ 1.4 ເບິ່ງ ຈະໄດ້ພາບຕາມດ້ານລຸ່ມ:



ຖ່າຍພາບໂດຍປັບຮູຮັບແສງໄປທີ່ f/1.4 ແລະໂຟກັສໄປທີ່ໝາກກ້ຽງໜ່ວຍທຳອິດ ໃຫ້ສັງເກດວ່າ ໝາກກ້ຽງໜ່ວຍທີ່ຖືກໂຟກັສນັ້ນ ມີໄລຍະຊັດທີ່ດີທີ່ສຸດ ສ່ວນທາງຫຼັງເຊິ່ງຫ່າງໄປພຽງ 6.35cm ຫຼືປະມານ 2.5" ນັ້ນ ຈະ blur ແທນເນື່ອງຈາກກາຍໄລຍະຊັດໄປແລ້ວ. ເທັກນິກແບບນີ້ມັກຈະໃຊ້ໃນການຖ່າຍພາບບຸກຄົນ ເຊິ່ງຕ້ອງການຕັດເອົາສາກຫຼັງອອກໄປ ໃຫ້ນາງແບບຫຼືນາຍແບບເດັ່ນຊັດໃນຮູບ.

ໃນກໍລະນີກົງກັນຂ້າມ ຫາກປັບຮູຮັບແສງໃກ້ແຄບທີ່ສຸດ ນັ້ນຄືມີ f/stop ທີ່ສູງທີ່ສຸດນັ້ນ ຈະໄດ້ຜົນດັ່ງລຸ່ມນີ້:



ຈະສັງເກດເຫັນວ່າ ໝາກກ້ຽງທຸກໜ່ວຍທີ່ຢູ່ໃນພາບ ຈະມີຄວາມຊັດເຈນທຽບເທົ່າກັນໝົດ. ທີ່ເປັນແບບນີ້ກໍດ້ວຍເຫດວ່າ ປິດຮູຮັບແສງໃຫ້ນ້ອຍທີ່ສຸດທີ່ f/16 ນັ້ນເອງ. ເທັກນິກນີ້ນິຍົມໃຊ້ກັນໃນກໍລະນີ ທີ່ຕ້ອງການໄລຍະຊັດເລິກທີ່ຄອບຄຸມທົ່ວພາບ (long depth of field) ມັກໃຊ້ກັນໃນການຖ່າຍພາບ landscape ຫຼືພາບທິວທັດທຳມະຊາດ ເຊິ່ງໂຕແບບຈະເປັນພູຜາ ຫຼືປ່າໄມ້ທີ່ຢູ່ໄກອອກໄປຫຼາຍ.



ຮູຮັບແສງກັບສະພາວະແສງໜ້ອຍ



ນອກຈາກຮູຮັບແສງຈະມີຜົນຕໍ່ໄລຍະຊັດ ຫຼື Depth of Field (DOF) ແລ້ວ ກໍຍັງມີຜົນຕໍ່ແສງທີ່ຜ່ານເຂົ້າມາຫາ sensor ຮັບແສງໃນກ້ອງອີກນຳ. ດັ່ງທີ່ຮູ້ກັນແລ້ວວ່າ ເມື່ອເຮົາເປີດ f/stop ໃຫ້ເປັນໂຕເລກທີ່ນ້ອຍທີ່ສຸດ ຈະເປັນການເປີດຮູຮັບແສງໃຫ້ກວ້າງທີ່ສຸດ ແລະກົງກັນຂ້າມ ຫາກເປີດຮູຮັບແສງໃຫ້ແຄບທີ່ສຸດ ແສງກໍຈະເຂົ້າມາໄດ້ໜ້ອຍຫຼາຍເຊັ່ນກັນ. ໃນກໍລະນີທີ່ຖ່າຍພາບໃນສະຖານທີ່ທີ່ມີແສງໜ້ອຍນັ້ນ ການໃຊ້ຮູຮັບແສງກວ້າງໆ ຈະໄດ້ປະໂຫຍດຫຼາຍ ເນື່ອງຈາກບໍ່ຕ້ອງເປີດໜ້າກ້ອງເພື່ອໃຫ້ sensor ຮັບແສງດົນ. ການມີເລນທີ່ໄວແສງ ຫຼືມີຮູຮັບແສງກວ້າງໆ ນັ້ນອາດສາມາດໃຊ້ຖ່າຍພາບໃນຍາມກາງຄືນໄດ້ສະບາຍໆ ໂດຍບໍ່ຕ້ອງໃຊ້ flash ເລີຍກໍເປັນໄດ້.


Chromatic aberration

ຢ່າງໃດກໍຕາມ ໃນເວລາກາງເວັນ ຫຼືໃນເວລາທີ່ມີແສງສະຫວ່າງຫຼາຍນັ້ນ ການເປີດຮູຮັບແສງກວ້າງສຸດໆ ເຊັ່ນ 1.4 (ຫຼື 1.2 ຫາກມີ) ຈະເຮັດໃຫ້ເກີດ Chromatic aberration ຫຼືທີ່ເອີ້ນອີກຢ່າງນຶ່ງວ່າ “ຂອບມ່ວງ” ໄດ້. ຜູ່ຖ່າຍພາບຈະສາມາດສັງເກດເຫັນຂອບທີ່ເປັນສີມ່ວງ ຫຼືສີຟ້າ ຫຼືສີແດງ ປາກົດຂຶ້ນທີ່ເສັ້ນຕ່າງໆ ໃນພາບ ດັ່ງຮູບດ້ານລຸ່ມ:





ພາບທຳອິດ ຖ່າຍໂດຍເປີດຮູຮັບແສງ f/1.4 ສ່ວນພາບທີສອງ ຖ່າຍໂດຍເປີດຮູຮັບແສງ f/5.6 ຈະສັງເກດເຫັນວ່າ ໃນເວລາທີ່ແສງຫຼາຍໆ ເຊັ່ນເວລາກາງເວັນນັ້ນ ການເປີດຮູຮັບແສງກວ້າງຈົນເກີນໄປ ມັກຈະເຮັດໃຫ້ໂຕແບບໃນພາບມີຄວາມຜິດພ້ຽນໄປ ແລະເມື່ອຂະຫຍາຍໃກ້ໆ ຈະພົບວ່າ:





ພາບທຳອິດ ຮູຮັບແສງ 1.4 ເກີດມີຂອບສີຂຽວ ແລະສີມ່ວງຂຶ້ນທີ່ເສັ້ນຂອບຂອງກະແຈ ສ່ວນຮູບທີສອງ ຮູຮັບແສງ 5.6 ນັ້ນ ພາບຈະຊັດເຈນ ບໍ່ມີຂອບມ່ວງ ຫຼືຂອບສີອື່ນໆ ປາກົດໃຫ້ເຫັນ. ອາການມີຂອບສີໆ ແບບນີ້ ເພິ່ນເອີ້ນວ່າ “Chromatic aberration” ເຊິ່ງ Chromatic ນັ້ນ ແປວ່າສີຕ່າງໆ ແລະ aberration ແປວ່າຄວາມຜິດພ້ຽນ ຮວມກັນໝາຍຄວາມວ່າ ຄວາມຜິດພ້ຽນຂອງສີນັ້ນເອງ.

Chromatic aberration ຫຼື CA ເກີດຂຶ້ນມາຈາກການທີ່ຮູຮັບແສງກວ້າງໆ ນັ້ນ ເຮັດໃຫ້ແສງເຂົ້າໃນເລນມາຫຼາຍເກີນໄປ ແລະເຂົ້າມາແບບກະຈັດກະຈາຍ ນັບວ່າເປັນບັນຫາຂອງເລນຢ່າງນຶ່ງ ເຊິ່ງໃນເລນທີ່ມີລາຄາສູງນັ້ນ ມັກຈະມີການໃຊ້ແກ້ວຊະນິດພິເສດ ເພື່ອຫຼຸດບັນຫານີ້ລົງໄປ.


F/stop VS. Price

ເລື່ອງລາຄາເປັນອີກປັດໃຈນຶ່ງທີ່ສຳຄັນສຳລັບເລນທີ່ມີຮູຮັບແສງກວ້າງ ໂດຍທົ່ວໄປແລ້ວ ເລນທີ່ມີຮູຮັບແສງກວ້າງນັ້ນ ຈະມີລາຄາກວ່າເລນທີ່ມີຮູຮັບແສງແຄບ ເຊັ່ນເລນ Nikon 50mm f/1.4 AFD ຈະມີລາຄາສູງເຖິງ 12,900 ບາດ ໃນຂະນະທີ່ Nikon 50mm f/1.8 AFD ນັ້ນ ມີລາຄາພຽງ 5,500 ບາດ. ສຳລັບໃນເລນ Zoom ກໍເຊັ່ນກັນ (ເລນທີ່ສາມາດປັບທາງຍາວໂຟກັສ ຫຼືເອີ້ນງ່າຍໆ ວ່າ ສາມາດຊູມໄດ້ນັ້ນເອງ) ຫາກເປັນລຸ້ນທີ່ອອກແບບມາເພື່ອໃຫ້ມີຮູຮັບແສງກວ້າງໆ ເຊັ່ນເລນ Nikon AF-S DX 17-55mm f/2.8 ຈະມີລາຄາສູງເຖິງ 58,300 ບາດ ເມື່ອທຽບກັບ Nikon AF-S DX 18-55 f/3.5-5.6 ທີ່ມີລາຄາພຽງ 10,600 ບາດເທົ່ານັ້ນ.




ຈົບກ່ອນດີກວ່າເນາະ ກໍຫວັງວ່າ ບົດຄວາມນີ້ຈະພໍມີປະໂຫຍດແດ່ບໍ່ຫຼາຍກໍໜ້ອຍຕໍ່ຜູ່ທີ່ສົນໃຈໃນການຖ່າຍພາບກັນ.

ສຸດທ້າຍນີ້ ຢາກຈະບອກວ່າ ບົດຄວາມນີ້ ຮວມເຖິງຮູບພາບທັງໝົດ ທ່ານສາມາດນຳໄປໃຊ້ອ້າງອີງໄດ້ ແຕ່ຕ້ອງມີການລະບຸທີ່ມີຢ່າງຊັດເຈນວ່ານຳມາຈາກເວັບນີ້ ແລະອາດຈະເຮັດ link ກັບມາກໍໄດ້ຍິ່ງເປັນການດີ.

ຂໍຂອບໃຈ :D
au8ust

ໜ້າ: [1]