ຕ້ອງການຂາຍກ້ອງວິດີໂອ Canon XH-A1 ສະພາບດີຫຼາຍ ໃຊ້ໄປບໍ່ຮອດ 20 ຊມ ຊື້ມາຕອນເດືອນ 4 ປີ 2009 ຈາກຮ້ານ fotofile ຢູ່ໄທ ມີກ່ອງ ແລະອຸປະກອນຕ່າງໆ ເຊັ່ນສາຍສາກ ຄູ່ມື ຄົບຖ້ວນ ແຖມແບັດສຳຮອງອີກກ້ອນແລ້ວກໍມ້ວນ HDV ອີກ 2 ມ້ວນ
ສ່ວນໂຕ SGblade ເປັນ 35mm Lens Adapter ເອົາໄວ້ຕໍ່ກັບກ້ອງເພື່ອໃຫ້ສາມາດໃຊ້ເລນ SLR ໄດ້ ເຮັດໃຫ້ໄດ້ພາບທີ່ມີ DOF ຄືກັບກ້ອງ film ແບບຊັດໜ້າຫຼັງ blur.. ອຸປະກອນຕ່າງໆ ກໍຄົບຄືເກົ່າ ມີກ່ອງ hard case ມານຳ ແຕ່ມີຮອຍຂີດຂ່ວນພໍສົມຄວນ ໂຟມທາງໃນຖືກຖອດອອກ ແຕ່ໂຕ adapter ໃຊ້ການໄດ້ດີທຸກຢ່າງ. ມີ lens mount ສອງແບບຄື Nikon ກັບ Canon ເຮັດໃຫ້ໃຊ້ເລນໄດ້ສອງຍີ່ຫໍ້ ສ່ວນ Ground glass ກໍມີສອງແບບ ຄື RR1 ສຳລັບໃຊ້ເວລາແສງນ້ອຍ ກັບ RR2 ຫາກຕ້ອງການ DOF ງາມໆ

ກ່ອງ XH-A1 ມີຄູ່ມື ອຸປະກອນທີ່ມາກັບກ້ອງ ສາຍໄຟຫຍັງຄົບ

XH-A1 ຕໍ່ກັບ SGblade

ດ້ານໜ້າ .. ໃຊ້ກັບເລນ Nikon 50mm f/1.4 (ແຕ່ລາຍການນີ້ບໍ່ຮວມເລນເດີ້)

ກ່ອງ SGblade + lens mount + RR1 ແຕ່ລືມຖ່າຍ hard case
ກ້ອງຕອນຊື້ມາແມ່ນລາຄາ 140,000 ບາດ ສ່ວນ SGblade ປະມານ 57,000 ບາດ ຂໍຕັ້ງລາຄາຮວມກັນຢູ່ 169,000 ບາດ ງົດຕໍ່ຮອງເດີ້ ສົນໃຈຕິດຕໍ່ເບີ
ເຈັດ 7 ເຈັດ ນຶ່ງ 9 ສູນ ສູນ