ໜ້າປະທັບໃຈຫຼາຍເດີ້
ມີຫຼາຍແນວຢາກສົນທະນາປະເດັນນີ້
ເພາະເຮົາກາມັກຖ່າຍໄວ້ຫຼາຍຄືກັນ
1 ການຖ່າຍຮູບຊ່ວງເທດສະການແມ່ນມ່ວນ ແລະ ທ້າທາຍຫຼາຍ ໂດຍສະເພາະຊ່ວງສົງການ ຢາກຖ່າຍນັ້ນນີ້ແຕ່ວ່າ ແຕ່ວ່າກັງວົນຢ້ານກ້ອງປຽກນຳປະມານນັ້ນ ມັນກາເລີຍມ່ວນໄປອີກແບບ
2 ເວົ້າເລື່ອງບຸນປີໃໝ່ ການຫຼີ້ນແມ່ນຟຣີສຸດຂີດ ໃນຂະນະດຽວກັນ ໃນຖານະຜູ້ຖ່າຍຮູບເຮົາຢາກເຫັນພາບຜູ້ຍິງລາວນຸ່ງສິ້ນເວລາສົງນ້ຳພະ ປີນີ້ປະກົດວ່າບໍ່ໄດ້ຮູບທີ່ໜ້າປະທັບໃຈທີ່ສາມາດສື່ເຖິງແມ່ຍິງລາວໄດ້ເລີຍ ຕະຫຼອດຊ່ວງປີໃໝ່ລາວ ເຮົາໄປຖ້າຖ່າຍຮູບໃນຫໍພະແກ້ວ ແຕ່ຜູ້ຍິງມີແຕ່ນຸ່ງສົ້ງສົງພະ ຖ່າຍຜູ້ໜຶ່ງພັດຍັງຜູ້ໜຶ່ງ ຄົນທາງໜ້ານຸ່ງສີ້ນ ພັດໄປເຫັນຄົນທາງຫຼັງນຸ່ງສົ້ງ ກາເລີຍບໍ່ຊາບຊື້ງພໍປານໃດ...
3 ປະກົດເຫັນ ຮູບບັກສິນ ໃນຮູບຂ້າງເທິງນັ້ນເວີ້ຍ!!!
ຕອນນີ້ຄຶດໄວ້ວ່າເຮົາຢາກຕັ້ງຄອນເຊັບໜຶ່ງໃຫ້ນັກຖ່າຍຮູບລາວທັງຫຼາຍ ໄດ້ຮ່ວມສົ່ງເສີມຄວາມເປັນລາວ ຄືການຖ່າຍຮູບ ແມ່ຍິງລາວ (ເປັນຮູບຖ່າຍແບບ(ສາທາລະນະ)) ຈາກກ້ອງຂອງຕົນ
ໃນຫົວຂໍ້ທີ່ວ່າ “ນຸ່ງສິ້ນກັ້ງຄົນຮົ່ມ”
ແລ້ວຮວມເປັນCollectionຮູບ ເປັນການບົ່ງບອກຕົວຕົນຂອງຕາກ້ອງໄປໃນຕົວ
ນິທານເລື່ອງນີ້ຈົບແລ້ວ!