ກະຄືວ່າ ທຳອິດຄິດວ່າຢາກໄດ້ Tamron 70-200 f/2.8 ຄືຕ້ຳ ແຕ່ມາຄິດເບິ່ງແລ້ວ ເຮົາວ່າເຮົາຍັງບໍ່ຈຳເປັນຢາກໃຊ້ມັນເທື່ອ ກະເລີຍມາຄິດວ່າຢາກໄດ້ເລນສ໌ normal ຊ່ວງກາງໆ ບໍ່ໃກ້ ແລະ ກະບໍ່ໄກເກີນໄປ ຄືກັບ SIGMA 17-70mm 1:2.8-4 OS MACRO HSM ນິ ສຳລັບເຮົາຄິດວ່າມັນພໍດີງາມ ບວກກັບຊ່ວງເຊັນເຊີ້ແບບ crop ຂອງກ້ອງອີກ ກະຄິດວ່າມັນແຫ່ງຊິຄູນກັນເຂົ້າໄປຕື່ມ ກະເຮັດໃຫ້ໄດ້ໄລຍະທີ່ເໝາະສົມ ເຮົາເລີຍຢາກຮູ້ຄຳເຫັນກັບທຸກຄົນວ່າ ເລນສ໌ຍີ່ຫໍ້ນີ້ ກັບ ຊ່ວງໂຕນີ້ມັນດີບໍ່ ແລ້ວ ຄຸນນະພາບມັນສູ້ກັບ Tamron ໄດ້ບໍ່ ? ເຮົາເຫັນລາຄາແລ້ວ ກະໜ້າຊື້ຢູ່ ແຕ່ຢາກມາສອບຖາມກ່ອນວ່າທຸກຄົນຈະຄິດເຫັນແນວໃດ?

ຂອບໃຈ