ມື້ນີ້ທາງທີມງານ ML ປ່ອຍ ML ໂຕໃໝ່ອອກມາ ສະຫຼອງຄົບຮອບນຶ່ງປີວ່າຊັ້ນ ກໍມີ feature ໜ້າສົນໃຈຫຼາຍອັນ ແຕ່ມີອັນນຶ່ງທີ່ໄດ້ຮັບຄວາມສົນໃຈເປັນພິເສດກໍຄື HDR video mode

ວິດີໂອເບິ່ງໄດ້ໃນ
http://vimeo.com/34113465ວິທີການເຮັດວຽກຂອງມັນແມ່ນ ບັນທຶກພາບຕໍ່ເນື່ອງກັນເປັນວິດີໂອຕາມປົກກະຕິ ແຕ່ມີການສະລັບຄ່າ ISO ລະຫວ່າງແຕ່ລະເຟຣມ ເຊັ່ນ ເຟຣມທຳອິດ ISO 100 ເຟຣມຖັດມາ ISO 200 (ຫຼື 400, 800, 1600, 3200 ແລ້ວແຕ່ກຳນົດ) ແລ້ວກໍສະລັບກັນໄປ ISO 100 ເລື້ອຍໆ ຈາກນັ້ນເຮົາຖ່າຍແລ້ວໆ ກໍເອົາທັງສອງເຟຣມມາເຮັດ HDR ແລ້ວມາຕໍ່ກັນເປັນວິດີໂອ
ຂໍ້ດີແມ່ນ ໄດ້ວິດີໂອ High Dynamic Range ຫຼື HDR ຈາກກ້ອງ dSLR ທີ່ລາຄາບໍ່ແພງ
ຂໍ້ດ້ອຍແມ່ນ ບໍ່ສາມາດໃຊ້ກັບສາກທີ່ມີການເຄື່ອນໄຫວຫຼາຍໆ ເພາະທັງສອງເຟຣມ ບໍ່ໄດ້ຖືກຖ່າຍໃນເວລາດຽວກັນ ແຕ່ຖ່າຍໃກ້ຄຽງກັນ ແລະສຸດທ້າຍ ການດັນ ISO ຂຶ້ນໆ ລົງໆ ເຟຣມທີ່ໃຊ້ ISO ສູງ ຈະມີ noise ຫຼາຍ
ທຽບກັບ HDR mode ໃນ Red EPIC ກັບ Red Scarlet X ແລ້ວ ກໍຖືວ່າ ຍັງຫ່າງຊັ້ນ ແຕ່ທຽບລາຄາກັນແລ້ວ ກໍພໍໄຫວຢູ່ ຫະຫະ