ຫນ້າທຳອິດ
ໜ້າທຳອິດຂອງເວັບບອດ
ເມນູລັດ
ສຳລັບການໃຊ້ເວັບບອດ
ຊ່ວຍເຫຼືອ
ຊອກຫາ
ລາຍຊື່ໝວດຕ່າງໆ
ທາງລັດຫາແຕ່ລະໝວດ
Tamsang.com
ປະກາດ
dSLR
dSLR in General
dSLR in Motion
Learning board
Showcase
Cinematography
General Cinematography
VFX
Miscellaneous
Recommended
Photography Trip
Marketplace
Off-topic
ເຂົ້າໃຊ້ລະບົບ
ເຊັນຊື່ເຂົ້າ
ສະມັກສະມາຊິກ
ພຶດສະພາ 24, 2013, 08:43:21 PM
ສະມາຊິກຄົນຫຼ້າສຸດ:
mag
ແຕ້ມແສງ.ຄອມ
»
dSLR
»
Showcase
» ຮູບໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 11 ທັນວາ 2010. ມື້ທີ 1 ຕອນທີ 1
« ກ່ອນໝ້ານີ້
ຖັດໄປ »
ໜ້າ: [
1
]
ພິມ
ຈຂກທ.
ກະທູ້: ຮູບໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 11 ທັນວາ 2010. ມື້ທີ 1 ຕອນທີ 1 (ອ່ານ 831 ເທື່ອ)
0 ຄົນ ແລະ 1 ຂາສັນຈອນ ກຳລັງເບິ່ງກະທູ້ນີ້.
nookzar90
ຂາຈອນ
ຮູບໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 11 ທັນວາ 2010. ມື້ທີ 1 ຕອນທີ 1
«
ເມື່ອ:
ທັນວາ 14, 2010, 11:30:49 AM »
ໃນວັນທີ 11-12 ທັນວາ 2010 ທີ່ຜ່ານມານີ້ ຂ້າພະເຈົ້າໄດ້ມີໂອກາດໄປເຂ້າຮ່ວມ FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ວົງຈອນເມືອງຈຳພອນ ແລະເມືອງໄຊພູທອງ ແຂວງສະຫວັນນະເຂດ ແລະກໍ່ໄດ້ເກັບຮູບພາບມາຝາກທາງ web tamsang ຂອງພວກເຮົາ.
ສຳລັບລາຍການລົງສຳຫຼວດເທື່ອນີ້ແມ່ນແນ່ໃສ່ເພື່ອເປີດຂາຍບັດທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວ ແຂວງສະຫວັນນະເຂດ ແລະທັງເປັນການສົ່ງເສີມ ທາງດ້ານເສດຖະກິດ ແລະກະຈາຍລາຍໄດ້ໃຫ້ແກ່ຊຸມຊົນທ້ອງຖິ່ນ ໂດຍການຜ່ານວຽກງານທ່ອງທ່ຽວ
ມື້ທຳອິດຂອງການສຳຫຼວດ ຂ້າພະເຈົ້າພ້ອມດ້ວຍເພື່ອນຮ່ວມງານທີ່ເດີນທາງແຕ່ ນະຄອນຫຼວງວຽງຈັນ ແລະພະນັກງານພະແນກທ່ອງທ່ຽວແຂວງ ແຂວງສະຫວັນນະເຂດ 10 ກວ່າຊີວິດ ແມ່ນໄດ້ໄປສຳຫຼວດ ເມືອງໄຊຍະພູມ ກ່ອນ ໂດຍມີຈຸດໝາຍປາຍທາງຄື 1. ເຮືອນຫີນ, 2. ບ້ານເຮືອນຫີນ, 3. ລ່ອງເຮືອ, 4. ບ້ານໂພ່ນທາດ ແລະ 5. ພະທາດໂພ່ນ
ການເດີນທາງອອກຈາກເທສະບານແຂວງ ແຂວງ ສະຫວັນນະເຂດ ໄປຫາເມືອງໄຊພູທອງ ແມ່ນໃຊ້ເສັ້ນທາງ ຖະໜົນແຄມຂອງໄລຍະທາງປະມານ 52km ຕາມເສັ້ນທາງພະແນກທ່ອງທ່ຽວເພິ່ນໄດ້ມີປ້າຍບອກທາງໄວ້ໂດຍບໍ່ຕ້ອງຫ່ວງວ່າຈະຫຼົງທາງ.
ຖ້າຫາກວ່າແມ່ນໄດ້ມາໃນໄລຍະ ປາຍຝົນ-ຕົ້ນໜາວ ຫຼືເວົ້າງ່າຍໆກໍແມ່ນມາໃນໄລຍະທີ່ປະຊາຊົນກຳລັງເກັບກ່ຽວເຂົ້າ ແມ່ນຈະໄດ້ພາບບັນຍາກາດທີ່ງາມກວ່ານີ້ ເສຍດາຍທີ່ທາງພະແນກທ່ອງທ່ຽວເພີ່ນຈັດໃນຕອນທີ່ປະຊາຊົນເກັບກ່ຽວເປັນທີ່ຮຽບຮ້ອຍແລ້ວ
ຮູບເສັ້ນທາງໄປ ເມືອງໄຊພູທອງ
ຮູບເຮືອນຫີນ ພາສາອັງກິດເວົ້າວ່າ Stone House
http://image.ohozaa.com/show.php?id=c93db4362e5e2ec207abafad0fe90065
ເຮືອນຫີນໃນພາສາລາວຕາມຄວາມເປັນຈິງຄືບ້ານຫີນເຊື່ອກັນວ່າເປັນໜຶ່ງໃນ 121 ສະຖານທີ່ພັກຟື້ນສຳລັບຄົນເຈັບ ແລະຜູ້ເຖົ້າຜູ້ແກ່ ທີ່ຖືກສ້າງຂື້ນໂດຍເຈົ້າຊາຍ ໄຊວໍລະມັນ ທີ 7 ໂດຍຕັ້ງຍາຍຕາມຖະໜົນທຸກໆມູມຂອງອານາຈັກຂອມ ດັ່ງນັ້ນຈຶ່ງມີຮູບແບບຄ້າຍຄືກັນກັບວັດພູ ຈຳປາສັກ ແລະວັດປີໃໝ່ໃນປະເທດໄທ, ບ້ານເຮືອນຫີນຕັ້ງຢູ່ບໍລິເວນແຄມນ້ຳຂອງ ເຈົ້າສາມາດຈິນຕະນາການ ເຖິງສະໄໝທີ່ພວກຂອມເດີນທາງຂິຶ້ນ ແລະລົງ ໃນແມ່ນ້ຳຂອງ. ບຸນປະເພນີ ປະຈຳປີ ແມ່ນຈັດຂຶ້ນໃນວັນ 15 ຄ່ຳ ເດືອນສີ່ເພັງ
ຮູບເອກະລັກ ສີລະປະ ສະໄໝຂອມ
ດອກໄມ້ທູບທຽນທີ່ນຳມານະມັດສະການເຮືອນຫີນ ຂອງນັກທ່ອງທ່ຽວ
ຕົ້ນລານ ( ໃບລານ ທີ່ນຳໄປໃຊ້ຂຽນໜັງສືໃບລານ ) ມີອາຍຸຫຼາຍຮ້ອຍປີແລ້ວ ແລະກໍ່ກຳລັງຈະໝົດອາຍຸໄຂ ເພາະຖ້າຫາກວ່າຕົ້ນລານຫາກໄດ້ມີໝາກແລ້ວ ແມ່ນໝາຍຄວາມວ່າຕົ້ນນັ້ນໄກ້ຈະຕາຍ
ພວກເຮົາໃຊ້ເວລາໃນການເດີນທາງຂ້ອນຂ້າງຊ້າ ພໍມາຮອດເຮືອນຫີນ ແລະທ່ຽວຊົມເຮືອນຫີນ ເປັນທີ່ຮຽບຮ້ອຍ ກໍເຖິງເວລາອາຫານທ່ຽງແຕ່ຂໍອະນຸຍາດບໍ່ນຳສະເໜີ
ຫຼັງຈາກພັກກິນເຂົ້າທ່ຽງແລ້ວ ພວກເຮົາກໍ່ໄດ້ຍາມທ່ຽວຊົມ ວິຖີຊີວິດຂອງຊາວບ້ານ ບ້ານເຮືອນຫີນ
ໝາກກະພຸກ
http://image.ohozaa.com/show.php?id=887350e80706a6cec9938adce94d11be
ແມງຊ້າງ
ຂົວຂ້າມນ້ຳ ໄປຫາວັດ ບ້ານເຮືອນຫີນ
ແຫ ເຄື່ອງມືຫາປາຂອງປະຊາຊົນ ບ້ານເຮືອນຫີນ
ເດັກນ້ອຍ ພອມຮຽນໜັງສື ກະເລີຍລັກຖ່າຍເອົາ
ເຮືອ ແຕ່ຍັງບໍ່ພ້ອມທີ່ຈະລົງແມ່ນ້ຳ
ຫັຼງຈາກທ່ຽວຊົມບ້ານແລ້ວ ພວກເຮົາກໍ່ລົງລ່ອງເຮືອຕໍ່ເລີຍ
ເຮືອກຳລັງອອກເດີນທາງ ເພື່ອໄປທ່ຽວຊົມດອນໝາວໍ້
ທິວທັດສະນີຍະພາບ ຕາມແຄມແມ່ນ້ຳຂອງ
ເພື່ອນນັກຂ່າວ ທີ່ໃຫ້ຄວາມສົນໃຈຢ່າງຈິງຈັງ ໃນການລ່ອງເຮືອ
ຕິດຕາມຕໍ່ ພາກ 2
«
ແກ້ໄຂຫຼ້າສຸດ: ທັນວາ 16, 2010, 10:07:09 AM ໂດຍ nookzar90
»
ເຂົ້າໃຊ້ລະບົບແລ້ວ
nookzar90
ຂາຈອນ
Re: FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ວົງຈອນເມືອງຈຳພອນ ແລະເມືອງໄຊພູທອງ ແຂວງສະຫວັນນະເຂດ
«
ຕອບກັບ #1 ເມື່ອ:
ທັນວາ 14, 2010, 11:33:38 AM »
ໃນວັນທີ 11-12 ທັນວາ 2010 ທີ່ຜ່ານມານີ້ ຂ້າພະເຈົ້າໄດ້ມີໂອກາດໄປເຂ້າຮ່ວມ FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ວົງຈອນເມືອງຈຳພອນ ແລະເມືອງໄຊພູທອງ ແຂວງສະຫວັນນະເຂດ ແລະກໍ່ໄດ້ເກັບຮູບພາບມາຝາກທາງ web tamsang ຂອງພວກເຮົາ.
ເຂົ້າໃຊ້ລະບົບແລ້ວ
duong
Newbie
ໂພສ: 40
Re: ຮູບໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 11 ທັນວາ 2010. ມື້ທີ 1 ຕອນທີ 1
«
ຕອບກັບ #2 ເມື່ອ:
ທັນວາ 18, 2010, 07:10:28 AM »
ຮູບງາມ, ທຳມະຊາດງາມ
ເຂົ້າໃຊ້ລະບົບແລ້ວ
canon kiss x3, Canon EF-S 55-250mm f/4-5.6 IS, Canon EF 50mm f/1.8 II, Canon EF-S 18-55mm f/3.5-5.6
ໜ້າ: [
1
]
ພິມ
« ກ່ອນໝ້ານີ້
ຖັດໄປ »