ແຕ້ມແສງ.ຄອມ
Miscellaneous => Marketplace => ກະທູ້ເລີ່ມໂດຍ: au8ust ໃນ ພຶດສະພາ 08, 2010, 07:09:08 PM
-
ພໍດີຊື້ມາອາທິດແລ້ວ ຄຶດວ່າຢາກໃຊ້ເປັນກ້ອງສຳຮອງ ແຕ່ລອງໄປລອງມາ ບໍ່ມັກຊ້ຳ ຫະຫະ ຊວຍໄປ ຕອນນີ້ກໍເລີຍຢາກຂາຍອອກ
ເຊິ່ງກໍຈະມີ:
- Canon EOS 550D
- Canon 18-55mm f/3.5-5.6 IS (Kit lens)
- ກະເປົາກ້ອງ Canon
- ຂາກ້ອງຂະໜາດນ້ອຍ
- SD Card memory 4GB
(http://img.laoupload.com/images/37562850614221978684.jpg)
ຊື້ມາ 29,900 ບາດ ປະກັນສູນ ຖ້າເປັນໄປໄດ້ ຢາກຂາຍອອກ 27,900 ບາດ (ຫຼຸດ 2000 ບາດ ຈາກລາຄາຊື້)
ຖ້າມີໃຜສົນໃຈບອກເດີ້ ບໍ່ເກີນເດືອນໜ້າ ເພາະອາດຈະເອົາໄປປ່ອຍໃນ ebay
ລາຍລະອຽດເພີ່ມເຕີມເບິ່ງໄດ້ໃນ http://www.bigcamera.co.th/productsdetail.php?/805
-
ຢາກໄດ້ຢູ່ ແຕ່ໃຊ້ກ້ອງບໍ່ເປັນ ອິອິ
-
ຢາກໄດ້ ແຕ່ບໍ່ມີເງິນ ອິອິ
-
ຈອງເລີຍ ບໍ່ເກີນເດີອນໜ້າ
ຈະຈ່າຍງວດດຽວຈົບ ບໍ່ມີຫຍັງເພີ່ມໃຫ້ອີກຫວາ?
ທຳອິດຄິດຈະເອົາ D90 ແຕ່ກະເປົ໋າເງິນບອກວ່າ ບໍ່ໄຫວດອກອ້າຍເອີ້ຍ ແລ້ວກໍ່ເລີຍຫັນມາເລັງພວກເລກ 5 ເຊັ່ນ 500D, 550D ແລະ D5000
ພໍດີອ້າຍນິນປະກາດຂາຍແບບນີ້ປານຮູ້ໃຈເລີຍ
ເອ້..... ວ່າແຕ່ອັນທີ່ມານຳນິ ສາຍສາກໄປໃສ?
-
ຈອງເລີຍຫວາອ້າຍ (ຈັກໃຜອ້າຍລະບາດນີ້ ງົງ)
ສາຍສາກ ຄູ່ມື ແຜ່ນຊີດີ ກ່ອງ ຝາປິດ lens mount ມີຄົບນ່ະອ້າຍ ບໍ່ໄດ້ຂຽນຊື່ໆ (ເພາະປົກກະຕິຈະມີຢູ່ແລ້ວ ບໍ່ແມ່ນຂອງໂຈນ ອິອິ)
-
ວ໊າກກກກ ຫົວກ່ອນ ;D 550D ອາຍຸທິດກວ່າ, ຮີບເອົາເດີ້ ອ້າຍນ້ອງ.
-
ບໍ່ຕ້ອງໄປປະກາດຂາດຢູ່ໃສຕໍ່ ເພາະເອົາແນ່ນອນ ເດີ້ອ້າຍ (ງົງຄືກັນ ວ່າໃຜເປັນເປັນອ້າຍ)
ແລ້ວຈະຕິດຕໍ່ຫາໂດຍກົງເດີ້ ເບີໂທແມ່ນຕາມທີ່ເຄີຍໂພສໄວ້ຫັ້ນແມ່ນບໍ່?
-
ອ່າ ແມ່ນລະ ເບີເກົ່າ ຊັ້ນຊິຈອງໃຫ້ຈົນຮອດວັນທີ 31 ເດີ້
ຖ້າໂອເຄເອົາແທ້ໆ ກໍຊິຝາກໄປວຽງ ໃຫ້ຄົນຮູ້ຈັກເອົາໄປຍື່ນໝູຍື່ນແມວ ຫະຫະ
-
ok ເອົາແນ່ນອນຢູ່ແລ້ວ
ແລ້ວຈະໂທຫາເດີ້ (ປານຜູ່ບ່າວຊິໂທຈີບຜູ່ສາວ)
ແຕ່ຕອນນີ້ ໄປສອນກ່ອນ
-
ໂອ້ ມື້ອື່ນໄປວຽງເດີ້ອາຈານ ນັດກັນມື້ໃດດີ?
-
ໂອ້ ອາຈານ smartcat ຕິດພາລະກິດເຮັດໃຫ້ບໍ່ສາມາດຊື້ໄດ້ ດັ່ງນັ້ນໃຜສົນໃຈກໍຮີບຕິດຕໍ່ເດີ້ ກ່ອນຈະຂາຍທາງອື່ນ :D
-
ພາລະກິດນີ້ຍິ່ງໃຫຍ່ຫຼາຍ
ຕ້ອງຂໍໂທດນຳຫຼາຍໆເດີ້ au8ust
-
ກຳລັງຊອກຫາຊື້່
ແຕ່ບໍ່ຮູ້ຈະເອົາລຸ້ນໃດດີ ເພາະກຳລັງຮຽນຫຼີ້ນກ້ອງ
-
i am interested too, but i would like to check it before making deal, what do you think
please e-mail me at
nalonglith@hotmail.com
thank you very much
-
ປ່ຽນໃຈບໍ່ຂາຍແລ້ວດ້ວຍເຫດຜົນບາງປະການ ຂໍປິດກະທູ້ເລີຍເດີ້ ຂໍຂອບໃຈທຸກໆ ທ່ານທີ່ໃຫ້ຄວາມສົນໃຈ :)