ຖ້າເວັບໄທລະມັກເບິ່ງຢູ່
http://www.thaidphoto.com/forums/forumdisplay.php?f=17 ມີຄົນຂາຍນັ້ນນີ້ອອກຕະຫຼອດ ແຕ່ລຳບາກບ່ອນໄປເບິ່ງກ້ອງບໍ່ໄດ້ ຖ້າຊື້ອີ່ຫລີຕ້ອງມີຄົນໄປເບິ່ງໃຫ້ ຫຼືຫາກໂອກາດໄປເບິ່ງເອງ. ຫາກວ່າໂອນເງິນໄປກ່ອນ ໄດ້ກ້ອງຕາມຫຼັງ ອາດຈະມີບັນຫາ.
ແຕ່ວ່າ ກໍບໍ່ສະເພາະໃນເວັບເທົ່ານັ້ນ ພວກຮ້ານກ້ອງຕ່າງໆ ຢູ່ໄທ ເຊັ່ນ fotofile ເຂົາກໍມີກ້ອງມືສອງຂາຍຄືກັນ ລາຄາກໍອາດຈະແພງແດ່ຖືກແດ່ ແລ້ວແຕ່ສະພາບ ສ່ວນຫຼາຍຈະແພງກວ່າທີ່ຂາຍກັນເອງໃນເວັບບອດຕ່າງໆ.
ສຳລັບ ຂພຈ ແລ້ວ ມັກຈະຊື້ໃນ ebay ຫຼາຍກວ່າ ໂດຍສະເພາະເລນ ຊື້ມາແມ່ນພວກເລນມືສອງ ມີຫຼາຍໂຕ ເຊັ່ນວ່າ Nikon 28mm f/2.8 AI ເປັນເລນລຸ້ນເກົ່າ ຜະລິດກ່ອນເຮົາເກີດອີກ ຊື້ນຳຄົນຍີ່ປຸ່ນ ລາຄາພໍສົມຄວນ ແຕ່ສະພາບດີຫຼາຍ ຫຼືພວກເລນມືນຶ່ງກໍຊື້ຄືກັນ ໂຕ Tamron 10-24mm ກໍຊື້ຈາກໃນ ebay ຮວມຄ່າສົ່ງແລ້ວກໍແພງພໍໆ ກັບຊື້ຢູ່ໄທ. ຂໍ້ເສຍກໍຄື ມີປະກັນກໍປານບໍ່ມີ ເພາະເວລາມັນເພມາ ຕ້ອງສົ່ງກັບໄປຕ່າງປະເທດ ຖ້າເປັນເດືອນໆ ກວ່າຊິໄດ້ ລຳບາກພໍສົມຄວນ (ແຕ່ຊື້ຢູ່ໄທກໍຕ້ອງສົ່ງໄປໄທຄືກັນ ເສຍເວລາພໍກັນ).
ຄົນລາວນຳກັນກໍອາດຈະພໍມີຢູ່ທີ່ຂາຍກ້ອງອອກ ແຕ່ຫາໄດ້ຍາກຫຼາຍ ໂດຍສະເພາະໃນເວລານີ້ຢູ່ກັນບໍ່ເປັນກຸ່ມກ້ອນ ຖ້າມີປະກາດຂາຍກໍຮູ້ຈັກສະເພາະໃນກຸ່ມຄົນກັນເອງເທົ່ານັ້ນ ບໍ່ໄດ້ແຜ່ຫຼາຍຄືຢູ່ ຕປທ.