Camera RAW ເປັນໂປຣແກຣມເສີມທີ່ມາພ້ອມກັບ Adobe Photoshop ຫຼື Adobe AfterEffect ມີໄວ້ສຳລັບປັບແຕ່ງໄຟລ໌ຮູບພາບທີ່ເປັນ RAW format ຈາກກ້ອງຖ່າຍຮູບຕ່າງໆ ຫຼືຈະໃຊ້ປັບແຕ່ງໄຟລ໌ JPG ກໍໄດ້ເຊັ່ນກັນ.
ໃນກະທູ້ນີ້ຈະພາໄປປັບແຕ່ງພາບແບບງ່າຍໆ ກັນເບິ່ງ ໂດຍພາບຕົວຢ່າງທີ່ຈະນຳມາໃຊ້ປະກອບການສາທິດນີ້ ເປັນພາບໃນງານອອກເດືອນຂອງຄົນຮູ້ຈັກ ເຮົາມາເບິ່ງກັນເລີຍ..

ຈາກຮູບພາບດ້ານເທິງເປັນຂະໜາດຫຍໍ້ສ່ວນຈາກໄຟລ໌ NEF (ໄຟລ໌ RAW ຂອງກ້ອງ Nikon) ເຊິ່ງຖ່າຍຈາກກ້ອງ D90 ໃຊ້ເລນ Tamron 10-24mm ຖ່າຍທີ່ໄລຍະ 10mm (ທຽບເທົ່າ 15mm ໃນກ້ອງ FX ຫຼື Full Frame) ໃຊ້ ISO 1600 ແລະຊົດເຊີຍແສງ -0.33 ຄວາມໄວ shutter 1/25 ແລະຜ່ານການເພີ່ມ Sharpness ໂດຍໃຊ້ USM ໃນ Photoshop.
ເພື່ອປະໂຫຍດໃນການຕິດຕາມບົດນີ້ ທ່ານອາດໂຫຼດໄຟລ໌ NEF ນີ້ໄປປັບແຕ່ງນຳ
http://laoupload.com/X8FE5QPDEUPV/DSC_7986.NEF.htmlການເປີດໄຟລ໌ RAW ນັ້ນ ສາມາດເປີດໄດ້ຜ່ານ Adobe Bridge ຫຼື Photoshop ໂດຍກົງເລີຍກໍໄດ້ ແຕ່ໃນກະທູ້ນີ້ຈະໃຊ້ Adobe Bridge ເປີດ.

ກໍຄລິກຂວາເລືອກໄຟລ໌ທີ່ຕ້ອງການ ຈາກນັ້ນຄລິກຫົວຂໍ້ Open in Camera Raw.

ໃນໜ້າຈໍໂປຣແກຣມ Camera Raw ຈະແບ່ງເປັນຫຼາຍສ່ວນສາມາດໃຊ້ປັບແຕ່ງຮູບພາບໄດ້ ແຕ່ໃນກະທູ້ນີ້ ຈະມາເວົ້າພຽງບາງສ່ວນເທົ່ານັ້ນ ໂດຍໃນຕອນນີ້ໃຫ້ສັງເກດທາງຊ້າຍມື ຈະເຫັນວ່າເປັນສ່ວນຂອງຮູບພາບທີ່ກຳລັງເປີດຢູ່ ແລະທາງຂວານັ້ນ ກໍເປັນສ່ວນຂອງເມນູປັບແຕ່ງຮູບພາບ ເຊິ່ງກໍຈະມີແບ່ງເປັນຫຼາຍໆ ແຖບແຍກຍ່ອຍໄປອີກ.
ຈາກຕົວຢ່າງຮູບຂ້າງເທິງສຸດ ຈະເຫັນວ່າ ໃນຮູບນີ້ມີສ່ວນມືດຫຼາຍເກີນໄປ ໂດຍສັງເກດໄດ້ຈາກ Histogram ຂອງໄຟລ໌ໃນຂວາມືເບື້ອງເທິງ.

graph ທີ່ຂຶ້ນສູງນັ້ນ ອຽງມາທາງຊ້າຍຫຼາຍກວ່າທາງກາງ ຫຼືທາງຂວາ ເຊິ່ງໝາຍຄວາມວ່າ ຮູ້ນີ້ມືດໄປແນ່ນອນ (ຍົກເວັ້ນເສຍຈະຕັ້ງໃຈເຮັດໃຫ້ເປັນແບບນັ້ນ) ດັ່ງນັ້ນ ເຮົາຈະມາແກ້ໄຂໃຫ້ມັນແຈ້ງຂຶ້ນ ແລະມີລາຍລະອຽດຫຼາຍຂຶ້ນນຳກັນ.
ສ່ວນທຳອິດທີ່ຈະປັບແຕ່ງເລີຍກໍຄື ປ່ອງຢ້ຽມ ເຊິ່ງຈະເຫັນວ່າ ມັນຂາວຈົນບໍ່ເຫັນລາຍລະອຽດ ເພາະແສງດ້ານນອກນັ້ນ ມີຫຼາຍກວ່າພາຍໃນເຮືອນ ດັ່ງນັ້ນຫາກເຮົາວັດແສງຕອນຖ່າຍໃຫ້ມີແສງພໍດີໃນເຮືອນແລ້ວ ນອກເຮືອນກໍຈະຂາວແບບທີ່ເຫັນໃນຮູບ ສະນັ້ນເຮົາຈຶ່ງຕ້ອງປັບ Exposure ຂອງຮູບນີ້ໃຫ້ຕ່ຳລົງ.

ໂດຍເລື່ອນແຖບສະໄລ້ລົງໃຫ້ໄດ້ -1.55 ໃນ Exposure ກໍຈະເຫັນວ່າ ຮູບນັ້ນມືດລົງ ແຕ່ເຮັດໃຫ້ລາຍລະອຽດນອກປ່ອງຢ້ຽມມີຫຼາຍຂຶ້ນ.
ເມື່ອຮູບມັນມືດລົງຈົນຂາດລາຍລະອຽດຂອງພາບພາຍໃນເຮືອນໄປ ກໍຕ້ອງມີເລັ່ງແສງກັນພາຍໃນໂດຍໃຊການ Fill light ໄປທີ່ 90.

ຈະເຫັນວ່າ ພາຍໂດຍຮວມນັ້ນ ມີລາຍລະອຽດຫຼາຍຂຶ້ນ ພ້ອມທັງແຈ້ງຂຶ້ນນຳ ແຕ່ຜັດວ່າມີສີເທົາປະປົນຢູ່ຫຼາຍ ແລະມີ noise ປາກົດຂຶ້ນຕາມເງົາ.

ຕໍ່ໄປກໍເລັ່ງ contrast ຂຶ້ນເປັນ 100 ແລະ black ຂຶ້ນເປັນ 10 ຈະເຫັນວ່າ ສີເທົາຫາຍໄປ ແລະເງົານັ້ນ ມືດລົງ. ນອກຈາກນັ້ນກໍສາມາດປັບ Brightness ຂຶ້ນອີກເລັກນ້ອຍ ຮວມເຖິງ Recovery ເພື່ອດຶງລາຍລະອຽດຢູ່ນອກປ່ອງຢ້ຽມກັບເຂົ້າມາ ກໍເປັນອັນຈົບພິທີ.

ແລະໃຫ້ສັງເກດເບິ່ງ histogram ຈະພົບວ່າ graph ມັນກັບມາຢູ່ທາງກາງແດ່ແລ້ວ

ການເບິ່ງ histogram ເປັນວິທີງ່າຍໆ ທີ່ສາມາດໃຊ້ໄດ້ເວລາຖ່າຍຮູບກາງແຈ້ງ ເຊິ່ງໜ້າຈໍ LCD ຂອງກ້ອງອາດຈະບໍ່ແຈ້ງພໍສູ້ແສງຕາເວັນ ກໍໃຊ້ວິທີເບິ່ງ histogram ແທນໄດ້ເຊັ່ນກັນ.
ເບິ່ງປຽບທຽບກ່ອນແລະຫຼັງການປັບແຕ່ງ ..

ກໍເປັນເທັກນິກງ່າຍໆ ທີ່ສາມາດນຳໄປປະຍຸກໃຊ້ໃຫ້ເໝາະກັບວຽກທີ່ຕ້ອງການໄດ້
