ກັອບມາຈາກໜ້າປື້ມເນາະ

ກໍຄືທີ່ໄດ້ລົມກັນໃນ
https://www.facebook.com/permalink.php?story_fbid=213942495346592&id=116434238430752 ຫັ້ນລະເນາະ ເປັນທຣິບຖ່າຍຮູບໄປທີ່ຖ້ຳກອງລໍ ແລະຈຸດຊົມວິວຫິນໜາມໜໍ່ ພາບເບິ່ງໄດ້ໃນ
https://www.facebook.com/media/set/?set=a.1763036033597.2093537.1169970930&type=3 ຕອນນັ້ນໄປຄົນດຽວ ຕອນນີ້ຊິໄປກັນຫຼາຍຄົນ
ສຳລັບເລື່ອງການເດີນທາງແມ່ນເຂົ້າໃຈວ່າ ຖ້າຫາລົດທີ່ດີກວ່າບໍ່ໄດ້ ກໍຄົງຈະຕ້ອງໄປນຳລົດຕູ້ທີມງານຄຸນນະພາບຫັ້ນລະ ນັ່ງໄດ້ 8 ຄົນເທົ່ານັ້ນ! ເພາະສະນັ້ນກໍ ຈຳກັດການເດີນທາງໄວ້ 8 ຄົນເດີ້
ເລື່ອງຄ່າໃຊ້ຈ່າຍ ຄ່າເດີນທາງແມ່ນ ຄ່ານ້ຳມັນຄົນລະ 50,000 ທີ່ພັກ ເຄີຍໄປພັກຢູ່ໃກ້ໆ ແຄ້ມນຳເທີນ ຄືນລະ 50,000 ກີບ ນອນໄດ້ສອງຄົນຕໍ່ຫ້ອງ ຫ້ອງພັດລົມ ມີຫ້ອງນ້ຳໃນພ້ອມ
ສຳລັບຜູ່ທີ່ໄປ ຕ້ອງເປັນຜູ່ທີ່ມີກ້ອງຖ່າຍຮູບ ແລະໄປເພື່ອຖ່າຍຮູບ ຈະຖ່າຍເປັນບໍ່ເປັນ ເກັ່ງບໍ່ເກັ່ງ ບໍ່ສຳຄັນ ຂໍພຽງໃຈຮັກກໍພໍ
ສິ່ງທີ່ຄວນກຽມໄປກໍມີ ເສື້ອຜ້າຈັກຊຸດນຶ່ງ (ບໍ່ຮວມຊຸດທີ່ໃສ່ໄປ) ກ້ອງ, ແບັດເຕີຣີ່, ເມັມ, ສາຍສາກ, ມືຖື, ຢາແກ້ເມົາ-ແກ້ໄຂ້-ແກ້ປວດ, ພາສເຕີຕິດແຜ, ຯລຯ
ປ.ລ. ບໍ່ໄດ້ Invite guest ເດີ ໃຜຢາກຮ່ວມກໍຄລິກ Join ເອົາກໍແລ້ວກັນ
https://www.facebook.com/events/275150132537234/