ແລ້ວໃນທີ່ສຸດ Nikon ກໍອອກກ້ອງ dSLR ໃໝ່ຈົນໄດ້ ກ້ອງລຸ້ນນີ້ແມ່ນ D7000 ເປັນໂຕທີ່ຢູ່ລະຫວ່າງ D90 ແລະ D300s ແຕ່ມີຄວາມສາມາດເພີ່ມຂຶ້ນຫຼາຍຢ່າງພໍສົມຄວນ

ຈຸດຫຼັກທີ່ຄຶດວ່າໜ້າສົນໃຈໃນກ້ອງລຸ້ນນີ້ກໍແມ່ນ ຄວາມສາມາດໃນການບັນທຶກພາບວິດີໂອລະດັບ 1080p ແລ້ວກໍມີ manual control ນອກຈາກນັ້ນກໍຍັງສາມາດວັດແສງໄດ້ເມື່ອໃຊ້ເລນ AI (ໃນ D90 ເຮັດບໍ່ໄດ້) ສ່ວນ body ກ້ອງກໍປ່ຽນຈາກ plastic ເປັນ magnesium alloy ທີ່ມີຄວາມແຂງແຮງທົນທານ
ໃນດ້ານຈຳນວນ pixel ກໍເພີ່ມຈາກ 12 ລ້ານ ມາເປັນ 16 ລ້ານພິກເຊວແລ້ວ ສ່ວນຈຸດໂຟກັສຂອງກ້ອງລຸ້ນນີ້ມີຫຼາຍເຖິງ 39 ຈຸດ (ທຽບກັບ 60D ເຊິ່ງເປັນກ້ອງລຸ້ນທຽບຄຽງກັນຈາກ Canon ທີ່ມີພຽງ 9 ຈຸດ). ຖ່າຍພາບຕໍ່ເນື່ອງໄດ້ 6fps ພ້ອມທັງສາມາດໃຊ້ dual SD card ຄືໃສ່ກາດບັນທຶກໄດ້ສອງອັນພ້ອມກັນ

ສະເປັກເຕັມໆ ເບິ່ງໄດ້ຈາກ
http://imaging.nikon.com/products/imaging/lineup/digitalcamera/slr/d7000/spec.htmລາຄາຂອງ Nikon D7000 ໃນຕ່າງປະເທດຕອນນີ້ແມ່ນ $1199.95 ສຳລັບ body.
ພາບຕົວຢ່າງຈາກ D7000


ນີ້ລະ ກ້ອງໂຕຕໍ່ໄປຂອງ ຂພຈ =)