
ມາໄວອີ່ຫລີ ສຳລັບ Canon EOS 550D ເພາະວ່າລຸ້ນ 500D ຍັງບໍ່ທັນຄົບປີເທື່ອຊ້ຳ ລຸ້ນ 550D ກໍອອກມາແລ້ວ

ສຳລັບລຸ້ນ 550D ນີ້ເປັນກ້ອງ semi-entry dSLR ທີ່ບອກວ່າມັນເປັນ semi-entry ກໍເພາະວ່າມັນຢູ່ເໜືອລະດັບກ້ອງພວກ entry level ທົ່ວໄປຢູ່ຫຼາຍ ໂດຍສະເພາະແມ່ນຄວາມສາມາດໃໝ່ຂອງມັນຄື ການຖ່າຍວິດີໂອລະດັບ Full HD ແລະເລືອກ framerate ໄດ້ຕັ້ງແຕ່ 24/25/30/50/60 ແຖມຍັງມີ manual control ອີກ ນັບວ່າພໍໆ ກັບ Canon EOS 7D ເລີຍ.
ນອກຈາກ feature ດ້ານວິດີໂອແລ້ວ ກໍຍັງມີເລື່ອງ ISO ທີ່ຕອນນີ້ Canon EOS 550D ນັ້ນສາມາດເຮັດໄດ້ຕັ້ງແຕ່ ISO 100 ໄປຈົນຮອດ ISO 6400 ເປັນ native ISO ແລະເລັ່ງຂຶ້ນໄດ້ເຖິງ 12800.
ມາເບິ່ງສະເປັກພື້ນຖານຂອງ EOS 550D ກັນ:
- APS-C CMOS sensor ຄວາມລະອຽດ
18 ລ້ານ pixel ພ້ອມ DIGIC 4 image processor
-
ISO 100-6400 ແລະ boost ໄດ້ເຖິງ 12800
- EOS Movie Mode
- ລະບົບວັດແສງແບບ iFCL 63 zone, Dual-layer system ພ້ອມລະບົບ AF ແບບ 9 ຈຸດ
- ໜ້າຈໍກວ້າງ 3" ອັດຕາສ່ວນ 3:2 ຄວາມລະອຽດ 1,040,000 dots (ຫຼາຍກວ່າ 1D Mark IV ອີກ O.o)
- ຖ່າຍພາບຕໍ່ເນື່ອງ 3.7fps ສາມາດຖ່າຍ JPEG ຕໍ່ເນື່ອງໄດ້ 34 ຮູບ ຫຼື RAW 6 ຮູບ
- ຮອງຮັບ SD Card ຂອງ Eye-fi ໃນໂຕແລ້ວ
ທັງໝົດທີ່ວ່າມານີ້ ໃນລາຄາພຽງ $799.99 ເທົ່ານັ້ນ! (ສະເພາະ body)
ອ່ານລາຍລະອຽດເພີ່ມເຕີມໄດ້ໃນ
ເວັບໄຊຂອງ Canon