ມື້ນີ້ມາຮຽນຫລັກການຖ່າຍຮູບພາບເບື້ອງຕົ້ນກັນ ເຊິ່ງກໍຕ້ອງຂໍບອກກ່ອນວ່າ ຂຽນແບບມືໃໝ່ເນາະ ບໍ່ເປັນວິຊາການຫຍັງ ເນື່ອງຈາກເປັນມືສະໝັກຫຼິ້ນຄືກັນ ຮະ..
ຄວາມພິເສດຢ່າງນຶ່ງຂອງກ້ອງ dSLR (ຫຼື SLR) ກໍຄື ສາມາດປ່ຽນເລນ (lens) ໄດ້ ແລະເລນຕ່າງໆ ນັ້ນກໍມີຫຼາຍແບບໃຫ້ເລືອກ ບໍ່ວ່າຈະເປັນເລນທີ່ມີທາງຍາວໂຟກັສສັ້ນ ຫຼືຍາວ ຫຼືທຳມະດາ ຫຼືເອີ້ນກັນເປັນໄລຍະຂອງເລນວ່າ wide, normal, ແລະ telephoto.
ນອກຈາກເລື່ອງທາງຍາວໂຟກັສ (ເຊິ່ງຈະໄດ້ຂຽນໃນໂອກາດຖັດໆ ໄປ) ແລ້ວ ກໍມີເລື່ອງຂອງຮູຮັບແສງທີ່ຈະກ່າວໃນບົດນີ້. ຮູຮັບແສງ ຫຼື “Aperture” ໂດຍມີໜ້າທີ່ເປັນທາງຜ່ານຂອງແສງກ່ອນຈະໄປຕົກລົງສູ່ sensor ຮັບພາບໃນກ້ອງ.
ໂດຍທົ່ວໄປແລ້ວ ເລນຂອງກ້ອງຈະສາມາດປັບຮູຮັບແສງໄດ້ຫຼາຍລະດັບ ເຊິ່ງນັບເປັນ stop ມີຫຼາຍໆ stop ທີ່ສາມາດປັບໄດ້ ດັ່ງເຊັ່ນໃນຮູບດ້ານລຸ່ມ:
ຮູບຂອງເລນ Nikon 50mm AFD ຈະເຫັນວ່າ ໂຕເລກ f/stop ມີຫຼາຍລະດັບ ນັບຕັ້ງແຕ່ນ້ອຍທີ່ສຸດຄື 1.4 ໄປຈົນຮອດໃຫຍ່ທີ່ສຸດແມ່ນ 16. ໂຕເລກທີ່ນ້ອຍທີ່ສຸດ ເປັນການເປີດຮູຮັບແສງໃຫ້ກວ້າງທີ່ສຸດ ແລະໂຕເລກທີ່ໃຫຍ່ທີ່ສຸດ ຄືການເປີດຮູຮັບແສງໃຫ້ນ້ອຍທີ່ສຸດ.
ການປັບຮູຮັບແສງ ສຳລັບເລນສະໄໝເກົ່າທີ່ອອກແບບມາສຳລັບກ້ອງ SLR ຫຼືກ້ອງຟີມນັ້ນ ຈະສາມາດປັບໄດ້ເລີຍທີ່ເລນ ເຊິ່ງມີລັກສະນະເປັນແຫວນໃຫ້ໝຸນເອົາໄດ້ ແຕ່ໃນເລນລຸ້ນໃໝ່ໆ ທີ່ອອກແບບກ້ອງ dSLR ນັ້ນ ມັກຈະຕັດເອົາວົງແຫວນປັບຮູຮັບແສງນີ້ອອກໄປ ເຊິ່ງກໍໄດ້ແກ່ເລນໃນ G series ຂອງ Nikon ແລະໃນ EF ຮວມເຖິງ EF-S ຂອງ Canon ນຳ. ເລນແບບຫຼັງນີ້ທີ່ບໍ່ມີວົງແຫວນສຳລັບປັບຮູຮັບແສງ ຈຳເປັນຈະຕ້ອງປັບເອົາໃນກ້ອງແທນ.
Depth of Fieldຮູຮັບແສງ ມີຜົນຕໍ່ໄລຍະຊັດ ຫຼື “Depth of Field” ຂອງພາບ ດັ່ງໂຕຢ່າງດ້ານລຸ່ມ ເຊິ່ງເປັນການຈັດສາກຖ່າຍໝາກໄມ້ຕາມພາບ:
ໝາກກ້ຽງໜ່ວຍທຳອິດຫ່າງຈາກໜ່ວຍອື່ນປະມານ 6.35 cm ເຮົາລອງມາໃຊ້ຮູຮັບແສງ 1.4 ເບິ່ງ ຈະໄດ້ພາບຕາມດ້ານລຸ່ມ:
ຖ່າຍພາບໂດຍປັບຮູຮັບແສງໄປທີ່ f/1.4 ແລະໂຟກັສໄປທີ່ໝາກກ້ຽງໜ່ວຍທຳອິດ ໃຫ້ສັງເກດວ່າ ໝາກກ້ຽງໜ່ວຍທີ່ຖືກໂຟກັສນັ້ນ ມີໄລຍະຊັດທີ່ດີທີ່ສຸດ ສ່ວນທາງຫຼັງເຊິ່ງຫ່າງໄປພຽງ 6.35cm ຫຼືປະມານ 2.5" ນັ້ນ ຈະ blur ແທນເນື່ອງຈາກກາຍໄລຍະຊັດໄປແລ້ວ. ເທັກນິກແບບນີ້ມັກຈະໃຊ້ໃນການຖ່າຍພາບບຸກຄົນ ເຊິ່ງຕ້ອງການຕັດເອົາສາກຫຼັງອອກໄປ ໃຫ້ນາງແບບຫຼືນາຍແບບເດັ່ນຊັດໃນຮູບ.
ໃນກໍລະນີກົງກັນຂ້າມ ຫາກປັບຮູຮັບແສງໃກ້ແຄບທີ່ສຸດ ນັ້ນຄືມີ f/stop ທີ່ສູງທີ່ສຸດນັ້ນ ຈະໄດ້ຜົນດັ່ງລຸ່ມນີ້:
ຈະສັງເກດເຫັນວ່າ ໝາກກ້ຽງທຸກໜ່ວຍທີ່ຢູ່ໃນພາບ ຈະມີຄວາມຊັດເຈນທຽບເທົ່າກັນໝົດ. ທີ່ເປັນແບບນີ້ກໍດ້ວຍເຫດວ່າ ປິດຮູຮັບແສງໃຫ້ນ້ອຍທີ່ສຸດທີ່ f/16 ນັ້ນເອງ. ເທັກນິກນີ້ນິຍົມໃຊ້ກັນໃນກໍລະນີ ທີ່ຕ້ອງການໄລຍະຊັດເລິກທີ່ຄອບຄຸມທົ່ວພາບ (long depth of field) ມັກໃຊ້ກັນໃນການຖ່າຍພາບ landscape ຫຼືພາບທິວທັດທຳມະຊາດ ເຊິ່ງໂຕແບບຈະເປັນພູຜາ ຫຼືປ່າໄມ້ທີ່ຢູ່ໄກອອກໄປຫຼາຍ.
ຮູຮັບແສງກັບສະພາວະແສງໜ້ອຍ ນອກຈາກຮູຮັບແສງຈະມີຜົນຕໍ່ໄລຍະຊັດ ຫຼື Depth of Field (DOF) ແລ້ວ ກໍຍັງມີຜົນຕໍ່ແສງທີ່ຜ່ານເຂົ້າມາຫາ sensor ຮັບແສງໃນກ້ອງອີກນຳ. ດັ່ງທີ່ຮູ້ກັນແລ້ວວ່າ ເມື່ອເຮົາເປີດ f/stop ໃຫ້ເປັນໂຕເລກທີ່ນ້ອຍທີ່ສຸດ ຈະເປັນການເປີດຮູຮັບແສງໃຫ້ກວ້າງທີ່ສຸດ ແລະກົງກັນຂ້າມ ຫາກເປີດຮູຮັບແສງໃຫ້ແຄບທີ່ສຸດ ແສງກໍຈະເຂົ້າມາໄດ້ໜ້ອຍຫຼາຍເຊັ່ນກັນ. ໃນກໍລະນີທີ່ຖ່າຍພາບໃນສະຖານທີ່ທີ່ມີແສງໜ້ອຍນັ້ນ ການໃຊ້ຮູຮັບແສງກວ້າງໆ ຈະໄດ້ປະໂຫຍດຫຼາຍ ເນື່ອງຈາກບໍ່ຕ້ອງເປີດໜ້າກ້ອງເພື່ອໃຫ້ sensor ຮັບແສງດົນ. ການມີເລນທີ່ໄວແສງ ຫຼືມີຮູຮັບແສງກວ້າງໆ ນັ້ນອາດສາມາດໃຊ້ຖ່າຍພາບໃນຍາມກາງຄືນໄດ້ສະບາຍໆ ໂດຍບໍ່ຕ້ອງໃຊ້ flash ເລີຍກໍເປັນໄດ້.
Chromatic aberrationຢ່າງໃດກໍຕາມ ໃນເວລາກາງເວັນ ຫຼືໃນເວລາທີ່ມີແສງສະຫວ່າງຫຼາຍນັ້ນ ການເປີດຮູຮັບແສງກວ້າງສຸດໆ ເຊັ່ນ 1.4 (ຫຼື 1.2 ຫາກມີ) ຈະເຮັດໃຫ້ເກີດ Chromatic aberration ຫຼືທີ່ເອີ້ນອີກຢ່າງນຶ່ງວ່າ “ຂອບມ່ວງ” ໄດ້. ຜູ່ຖ່າຍພາບຈະສາມາດສັງເກດເຫັນຂອບທີ່ເປັນສີມ່ວງ ຫຼືສີຟ້າ ຫຼືສີແດງ ປາກົດຂຶ້ນທີ່ເສັ້ນຕ່າງໆ ໃນພາບ ດັ່ງຮູບດ້ານລຸ່ມ:
ພາບທຳອິດ ຖ່າຍໂດຍເປີດຮູຮັບແສງ f/1.4 ສ່ວນພາບທີສອງ ຖ່າຍໂດຍເປີດຮູຮັບແສງ f/5.6 ຈະສັງເກດເຫັນວ່າ ໃນເວລາທີ່ແສງຫຼາຍໆ ເຊັ່ນເວລາກາງເວັນນັ້ນ ການເປີດຮູຮັບແສງກວ້າງຈົນເກີນໄປ ມັກຈະເຮັດໃຫ້ໂຕແບບໃນພາບມີຄວາມຜິດພ້ຽນໄປ ແລະເມື່ອຂະຫຍາຍໃກ້ໆ ຈະພົບວ່າ:
ພາບທຳອິດ ຮູຮັບແສງ 1.4 ເກີດມີຂອບສີຂຽວ ແລະສີມ່ວງຂຶ້ນທີ່ເສັ້ນຂອບຂອງກະແຈ ສ່ວນຮູບທີສອງ ຮູຮັບແສງ 5.6 ນັ້ນ ພາບຈະຊັດເຈນ ບໍ່ມີຂອບມ່ວງ ຫຼືຂອບສີອື່ນໆ ປາກົດໃຫ້ເຫັນ. ອາການມີຂອບສີໆ ແບບນີ້ ເພິ່ນເອີ້ນວ່າ “Chromatic aberration” ເຊິ່ງ Chromatic ນັ້ນ ແປວ່າສີຕ່າງໆ ແລະ aberration ແປວ່າຄວາມຜິດພ້ຽນ ຮວມກັນໝາຍຄວາມວ່າ ຄວາມຜິດພ້ຽນຂອງສີນັ້ນເອງ.
Chromatic aberration ຫຼື CA ເກີດຂຶ້ນມາຈາກການທີ່ຮູຮັບແສງກວ້າງໆ ນັ້ນ ເຮັດໃຫ້ແສງເຂົ້າໃນເລນມາຫຼາຍເກີນໄປ ແລະເຂົ້າມາແບບກະຈັດກະຈາຍ ນັບວ່າເປັນບັນຫາຂອງເລນຢ່າງນຶ່ງ ເຊິ່ງໃນເລນທີ່ມີລາຄາສູງນັ້ນ ມັກຈະມີການໃຊ້ແກ້ວຊະນິດພິເສດ ເພື່ອຫຼຸດບັນຫານີ້ລົງໄປ.
F/stop VS. Priceເລື່ອງລາຄາເປັນອີກປັດໃຈນຶ່ງທີ່ສຳຄັນສຳລັບເລນທີ່ມີຮູຮັບແສງກວ້າງ ໂດຍທົ່ວໄປແລ້ວ ເລນທີ່ມີຮູຮັບແສງກວ້າງນັ້ນ ຈະມີລາຄາກວ່າເລນທີ່ມີຮູຮັບແສງແຄບ ເຊັ່ນເລນ Nikon 50mm f/1.4 AFD ຈະມີລາຄາສູງເຖິງ 12,900 ບາດ ໃນຂະນະທີ່ Nikon 50mm f/1.8 AFD ນັ້ນ ມີລາຄາພຽງ 5,500 ບາດ. ສຳລັບໃນເລນ Zoom ກໍເຊັ່ນກັນ (ເລນທີ່ສາມາດປັບທາງຍາວໂຟກັສ ຫຼືເອີ້ນງ່າຍໆ ວ່າ ສາມາດຊູມໄດ້ນັ້ນເອງ) ຫາກເປັນລຸ້ນທີ່ອອກແບບມາເພື່ອໃຫ້ມີຮູຮັບແສງກວ້າງໆ ເຊັ່ນເລນ Nikon AF-S DX 17-55mm f/2.8 ຈະມີລາຄາສູງເຖິງ 58,300 ບາດ ເມື່ອທຽບກັບ Nikon AF-S DX 18-55 f/3.5-5.6 ທີ່ມີລາຄາພຽງ 10,600 ບາດເທົ່ານັ້ນ.
ຈົບກ່ອນດີກວ່າເນາະ ກໍຫວັງວ່າ ບົດຄວາມນີ້ຈະພໍມີປະໂຫຍດແດ່ບໍ່ຫຼາຍກໍໜ້ອຍຕໍ່ຜູ່ທີ່ສົນໃຈໃນການຖ່າຍພາບກັນ.
ສຸດທ້າຍນີ້ ຢາກຈະບອກວ່າ ບົດຄວາມນີ້ ຮວມເຖິງຮູບພາບທັງໝົດ ທ່ານສາມາດນຳໄປໃຊ້ອ້າງອີງໄດ້ ແຕ່ຕ້ອງມີການລະບຸທີ່ມີຢ່າງຊັດເຈນວ່ານຳມາຈາກເວັບນີ້ ແລະອາດຈະເຮັດ link ກັບມາກໍໄດ້ຍິ່ງເປັນການດີ.
ຂໍຂອບໃຈ
au8ust